- ເປັນເສນາທິການໃຫ້ແກ່ກົມໃນການຄົ້ນຄວ້າ, ຮ່າງຂໍ້ຕົກລົງ, ແຈ້ງການ, ຄໍາສັ່ງ, ຄໍາແນະນໍາທີ່ກ່ຽວຂ້ອງກັບວຽກງານປະຊາສໍາພັນການທ່ອງທ່ຽວ;
- ສ້າງ, ອອກແບບ, ປັບປຸງ ແລະ ກວດແກ້ເນື້ອໃນສິ່ງພິມໂຄສະນາການທ່ອງທ່ຽວລາວເຊັ່ນ: ປຶ້ມຄູ່ມືການ ທ່ອງທ່ຽວ, ແຜ່ນພັບໂຄສະນາ, ຮູບແຂວນຝາ (Poster), ແຜນທີ່ທ່ອງທ່ຽວ, ປຶ້ມແນະນໍານັກທ່ອງ ທ່ຽວ, ສິ່ງທີ່ຄວນ ແລະ ບໍ່ຄວນປະຕິບັດ, ເອກະສານຄູ່ມືເຜີຍແຜ່ການທ່ອງທ່ຽວລາວ, ວາລະສານທ່ອງ ທ່ຽວ, ໄປສະນີຍະບັດ, ປະຕິທິນກິດຈະກຳການທ່ອງທ່ຽວ (Festival Event) ແລະອື່ນໆ;
- ຜະລິດ ແລະປັບປຸງອຸປະກອນໂຄສະນາການທ່ອງທ່ຽວລາວເຊັ່ນ: ຊີດີ, ວິຊີດີ, ດີວີດີ, “ສະປອດ” ໂຄສະ ນາການທ່ອງທ່ຽວ, ພິມສາລະຄະດີການທ່ອງທ່ຽວ, ເຄື່ອງທີລະນຶກການທ່ອງ ທ່ຽວລາວ, ຖົງໃສ່ເອກະ ສານໂຄສະນາ ແລະ ອື່ນໆ;
- ສ້າງເອກະສານ ແລະ ຄູ່ມືສໍາລັບການໂຄສະນາເຜີຍແຜ່ ກ່ຽວກັບການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວໃນແຕ່ລະໄລຍະ;
- ຮ່ວມມືກັບບັນດາສື່ມວນຊົນທັງພາຍໃນ ແລະຕ່າງປະເທດ ເພື່ອໂຄສະນາການທ່ອງທ່ຽວລາວ ແລະເຜີຍແຜ່ກິດຈະກຳ, ຜົນງານການເຄື່ອນໄຫວຂອງຂະແໜງການທ່ອງທ່ຽວລາວ ໂດຍຜ່ານທາງໂທລະພາບ, ວິທະຍຸ, ໜັງສືພິມ, ວາລະສານ, ອິນເຕີເນັດ ແລະ ສື່ອື່ນໆ;
- ສ້າງຕາໜ່າງເຄືອຂ່າຍຂ່າວການທ່ອງທ່ຽວໃນຂອບເຂດທົ່ວປະເທດ ໂດຍປະສານງານກັບພະແນກຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ/ນະຄອນຫຼວງ;
- ແຈ້ງຂ່າວກ່ຽວກັບສະພາບການທີ່ມີຜົນກະທົບດ້ານບວກ ແລະ ດ້ານລົບຕໍ່ການທ່ອງທ່ຽວລາວຕໍ່ສື່ມວນ ຊົນທັງພາຍໃນ ແລະ ຕ່າງປະເທດ, ບັນດາອົງການຈັດຕັ້ງ, ບັນດາປະເທດທີ່ເປັນຄູ່ຮ່ວມມື ໃນການໂຄສະນາການທ່ອງທ່ຽວ ກໍຄືພາກສ່ວນໜຶ່ງທີ່ກ່ຽວຂ້ອງອື່ນໆ ຕາມການເຫັນດີອະນຸມັດຂອງຂັ້ນເທີງ;
- ຕິດຕາມ, ຄຸ້ມຄອງອຸປະກອນ ແລະ ສິ່ງພິມໂຄສະນາຂອງຂະແໜງການທ່ອງທ່ຽວ,ໃຫ້ຄໍາປຶກສາແກ່ບັນ ດາສື່ມວນຊົນ, ສື່ໂຄສະນາ ທັງພາກລັດ ແລະ ພາກທຸລະກິດ ທາງດ້ານເນື້ອໃນກ່ຽວກັບການທ່ອງ ທ່ຽວ;
- ຊ່ວຍເຫຼືອໃນການປະສານງານ ແລະ ຮ່ວມມືກັບບັນດາສື່ມວນຊົນການທ່ອງທ່ຽວຂອງຕ່າງປະເທດ ທີ່ ເຂົ້າມາຖ່າຍທຳຕາມສະຖານທີ່ທ່ອງທ່ຽວຂອງລາວ;
- ເກັບກຳ, ລວບລວມ, ຈັດຊື້ບັນດາເອກະສານຂໍ້ມູນຂ່າວສານການທ່ອງທ່ຽວ, ວາລະສານ, ໜັງສືພິມ, ເອກະສານວິທະຍາສາດສັງຄົມ, ວິທະຍາສາດທຳມະຊາດ ທີ່ກ່ຽວຂ້ອງກັບການທ່ອງທ່ຽວ ຈາກພາຍ ໃນປະເທດ ແລະ ຕ່າງປະເທດ ເພື່ອກ້າວໃປເຖິງການສ້າງຕັ້ງຫ້ອງສະໝຸດການທ່ອງທ່ຽວ;
- ສ້າງແຜນງົບປະມານ, ແຜນການ, ແຜນງານ ແລະ ບົດສະຫຼຸບຂອງພະແນກປະຈຳເດືອນ, ສາມເດືອນ, ຫົກເດືອນ ແລະ ປະຈຳປີ ພ້ອມທັງຈັດຕັ້ງປະຕິບັດ;
- ສ້າງ ແລະ ປັບປຸງເວບໄຊການທ່ອງທ່ຽວລາວ ພ້ອມທັງເຊື່ອມຕໍ່ເວັບໄຊດັ່ງກ່າວ ເຂົ້າກັບເວບໄຊການທ່ອງທ່ຽວຂອງພາກພື້ນ ແລະ ສາກົນບົນພື້ນຖານການເຫັນດີອະນຸມັດຈາກຂັ້ນເທີງ: ບໍລິການໂຄສະນາທາງເວບໄຊໃຫ້ແກ່ບັນດາຫົວໜ່ວຍທຸລະກິດ, ສະມາຄົມທຸລະກິດໃນອຸດສາຫະກຳການທ່ອງທ່ຽວລາວ, ບໍລິການສົ່ງຂໍ້ມູນຂ່າວສານການທ່ອງທ່ຽວທາງຈົດໝາຍອີເລັກໂທຣນິກ (e-mail);
- ສ້າງ ແລະ ປັບປຸງການໂຄສະນາການທ່ອງທ່ຽວຜ່ານສື່ສັງຄົມອອນລາຍຕ່າງໆເຊັ່ນ: Facebook, Istagram, Youtube ແລະອື່ນໆ;
- ຕິດຕັ້ງຂໍ້ມູນຂ່າວສານກະດານຂໍ້ມູນການທ່ອງທ່ຽວ ຕາມດ່ານສາກົນເຂົ້າ-ອອກປະເທດ, ສະໜາມບິນ, ທ່າເຮືອ, ສະຖານີລົດໂດຍ ສານ, ສະຖານທີ່ທ່ອງທ່ຽວ ແລະ ເຂດທຸລະກິດບໍລິການນັກທ່ອງທ່ຽວ;
- ພົວພັນ, ປະສານງານ, ຮ່ວມມື ແລະໃຫ້ຄໍາແນະນໍາ, ຄໍາປຶກສາແກ່ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ນະຄອນຫຼວງ ກ່ຽວກັບວຽກງານໄອທີ;
- ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຄະນະກົມ.