- ກົມໂຄສະນາການທ່ອງທ່ຽວ ແມ່ນກົມວິຊາການໜື່ງ ໃນໂຄງປະກອບກົງຈັກການຈັດຕັ້ງຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ;
- ມີຊື່ຂຽນເປັນຕົວອັກສອນຫຍໍ້ວ່າ: “ ຄສທ” ແລະ ຂຽນເປັນພາສາອັງກິດວ່າ: Tourism Marketing Department ຂຽນເປັນຕົວອັກສອນຫຍໍ້ “ TMD”;
- ມີພາລະບົດບາດເປັນເສນາທິການໃຫ້ລັດຖະມົນຕີ ໃນການກຳນົດແຜນຍຸດທະສາດ, ແຜນພັດທະນາ, ນິຕິກຳ, ຄົ້ນຄວ້າວິທະຍາສາດ, ສຶກສາອົບຮົມບຳລຸງສ້າງພະນັກງານ-ລັດຖະກອນໃນຂະແໜງການຂອງຕົນ, ໂຄສະນາເຜີຍແຜ່ ແລະ ສະໜອງຂໍ້ມູນຂ່າວສານການທ່ອງທ່ຽວຕໍ່ພາຍໃນ ແລະ ຕ່າງປະເທດ.
ຂອບເຂດສິດຂອງກົມໂຄສະນາການທ່ອງທ່ຽວ
- ຮ່າງຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ, ແຈ້ງການ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງກັບການເຄື່ອນໄຫວວຽກງານຂອງກົມໂຄສະນາການທ່ອງທ່ຽວ ເພື່ອນໍາສະເໜີຂັ້ນເທິງພິຈາລະນາ;
- ອອກໜັງສືສະເໜີ, ຢັ້ງຢືນເອກະສານ ແລະ ແຈ້ງການຕ່າງໆ ທີ່ພົວພັນເຖິງວຽກງານຂອງຕົນໃຫ້ບັນດາພະແນກ ແລະ ລັດຖະກອນພາຍໃນກົມ;
- ສະເໜີຄໍາເຫັນດ້ານວິຊາການ ແລະ ວິທີການແກ້ໄຂບັນຫາຕ່າງໆ ທີ່ກ່ຽວຂ້ອງກັບການໂຄສະນາການທ່ອງທ່ຽວລາວ ໃຫ້ລັດຖະມົນຕີ ແລະ ການຈັດຕັ້ງກ່ຽວຂ້ອງພິຈາລະນາ;
- ຊຸກຍູ້, ຕິດຕາມ, ກວດກາ, ແນະນໍາ ແລະ ໃຫ້ຄຳປຶກສາແກ່ບັນດາສື່ມວນຊົນ ທັງພາກລັດ, ພາກທຸລະ ກິດທາງດ້ານເນື້ອໃນ ແລະ ການຈັດຕັ້ງປະຕິບັດແຜນຍຸດທະສາດ, ນິຕິກຳກ່ຽວກັບການໂຄສະນາການ ທ່ອງທ່ຽວລາວ;
- ປະກອບຄໍາເຫັນ ແລະ ນໍາສະເໜີປະຕິບັດນະໂຍບາຍຍ້ອງຍໍ-ຊົມເຊີຍ ຕໍ່ສື່ມວນຊົນທັງພາກລັດ, ພາກທຸ ລະກິດ ແລະ ບຸກຄົນທີ່ມີຜົນງານ ໃນວຽກງານການໂຄສະນາການທ່ອງທ່ຽວລາວ ແລະ ນໍາສະເໜີຕໍ່ພາກສ່ວນກ່ຽວຂ້ອງ ປະຕິບັດມາດຕະການຕໍ່ຜູ້ລະເມີດນິຕິກຳຕໍ່ການໂຄສະນາການທ່ອງທ່ຽວ;
- ເຊັນສັນຍາຮ່ວມມືກັບບັນດາສື່ມວນຊົນ, ອົງການຈັດຕັ້ງ, ນິຕິບຸກຄົນ ແລະ ບຸກຄົນທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບການໂຄສະນາທ່ອງທ່ຽວ, ການຜະລິດອຸປະກອນ-ສິ່ງພິມການທ່ອງທ່ຽວ ບົນພື້ນ ຖານການເຫັນດີຂອງຂັ້ນເທິງ;
- ເຂົ້າຮ່ວມກອງປະຊຸມ, ສຳມະນາ, ສະເໜີ ແລະ ປະກອບຄໍາເຫັນທີ່ພົວພັນເຖິງວຽກງານການໂຄສະນາ ການທ່ອງທ່ຽວ;
- ພົວພັນ, ຮຽກໂຮມ, ປຶກສາຫາລື ແລະ ຈັດຕັ້ງການຝຶກອົບຮົມວິຊາການທີ່ກ່ຽວຂ້ອງກັບວຽກງານການ ໂຄສະນາການທ່ອງທ່ຽວ ພ້ອມທັງຮ່ວມມື, ແລກປ່ຽນບົດຮຽນກັບການຈັດຕັ້ງຂອງລັດ, ຂອງພາກທຸລະ ກິດ, ຂອງສັງຄົມ, ອົງການຈັດຕັ້ງສາກົນຢູ່ພາຍໃນ ແລະ ຕ່າງປະເທດຕາມການຕົກລົງຂອງຂັ້ນເທິງ;
- ສະເໜີການປັບປຸງກົງຈັກການຈັດຕັ້ງ, ຄຸ້ມຄອງ, ນໍາໃຊ້ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະ ກອນພາຍໃນກົມ;
- ຄຸ້ມຄອງ ແລະນໍາໃຊ້ງົບປະມານ, ພາຫະນະ, ອຸປະກອນຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງກົມ ໃຫ້ມີປະສິດທິຜົນ;
- ປະຕິບັດສິດອື່ນຕາມການມອບໝາຍຂອງຂັ້ນເທິງ.
ໜ້າທີ່ຂອງກົມໂຄສະນາການທ່ອງທ່ຽວ
- ຄົ້ນຄວ້າ, ເຊື່ອມຊຶມ ແລະ ຫັນເອົາແນວທາງນະໂຍບາຍຂອງພັກ, ທິດທາງແຜນການຂອງລັດຖະບານ, ຂອງກະຊວງມາເປັນແຜນການ, ແຜນງານ, ໂຄງການອັນລະອຽດກ່ຽວກັບການໂຄສະນາສົ່ງເສີມການ ທ່ອງທ່ຽວພ້ອມທັງຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ;
- ສຶກສາອົບຮົມການເມືອງ, ນໍາພາແນວຄິດ, ຄຸ້ມຄອງ, ບຳລຸງສ້າງ ແລະ ປະຕິບັດນະໂຍບາຍຕໍ່ພະນັກ ງານ-ລັດຖະກອນ ພາຍໃນກົມ;
- ຄົ້ນຄວ້າ, ສ້າງ ແລະ ປັບປຸງຮ່າງຍຸດທະສາດ, ນິຕິກຳ, ຂໍ້ກຳນົດ, ກົດລະບຽບກ່ຽວກັບການໂຄສະນາ ການທ່ອງທ່ຽວ ພ້ອມທັງໂຄສະນາເຜີຍແຜ່, ສຶກສາອົບຮົມໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈໃນ ຂອບເຂດ ທົ່ວປະເທດ;
- ຜະລິດສິ່ງພິມ ແລະ ອຸປະກອນໂຄສະນາການທ່ອງທ່ຽວ ດ້ວຍຫຼາຍຮູບແບບເຊັ່ນ: ສິ່ງພິມ, ຮູບພາບ, ເວັບໄຊ, ສື່ສັງຄົມ “ອອນລາຍ”, ສະປອດໂຄສະນາ, ວີຊີດີ (VCD), ດີວີດີ (DVD), ຟິມລະຄະດີ, ວາລະສານ, ຂ່າວສານການທ່ອງທ່ຽວ… ພ້ອມທັງປັບປຸງແກ້ໄຂໃຫ້ແທດເໝາະກັບຄວາມຕ້ອງການຂອງການຕະຫຼາດການທ່ອງທ່ຽວໃນແຕ່ລະໄລຍະຕາມການແບ່ງຂັ້ນຄຸ້ມຄອງ;
- ເກັບກຳ, ລວບລວມຂໍ້ມູນຂ່າວສານການທ່ອງທ່ຽວ ລວມທັງຮູບພາບ ແລະ ປະຫວັດແຫຼ່ງທ່ອງທ່ຽວໃນ ຂອບເຂດທົ່ວປະເທດ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
- ຄົ້ນຄວ້າສ້າງແຜນການຂະຫຍາຍຕາໜ່າງການບໍລິການ ແລະ ການສະໜອງຂໍ້ມູນຂ່າວສານການທ່ອງທ່ຽວ ໃຫ້ນັບມື້ນັບກວ້າງຂວາງ ທັງສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາການທ່ອງທ່ຽວ ໃນແຕ່ລະໄລຍະ;
- ຊຸກຍູ້, ຕິດຕາມ, ກວດກາ, ຊີ້ນໍາ, ໃຫ້ຄໍາແນະນໍາ ແລະ ຄໍາປຶກສາແກ່ຫ້ອງຂໍ້ມູນຂ່າວສານການທ່ອງ ທ່ຽວໃນທົ່ວປະເທດ ເພື່ອໃຫ້ມີຄວາມສາມາດສະໜອງຂໍ້ມູນຂ່າວສານການທ່ອງທ່ຽວລາວແກ່ນັກທ່ອງທ່ຽວ ແລະ ຜູ້ທີ່ມີຄວາມສົນໃຈທັງພາຍໃນ ແລະຕ່າງປະເທດ;
- ສຶກສາຄົ້ນຄວ້າ, ວິເຄາະ, ວິໄຈຕະຫຼາດການທ່ອງທ່ຽວ, ໄຈ້ແຍກບັນດາຕະຫຼາດນັກທ່ອງທ່ຽວ ເປົ້າ ໝາຍ ພ້ອມທັງຕີລາຄາສະພາບການ ແລະ ທ່າອ່ຽງການປ່ຽນແປງຂອງບັນດາຕະຫຼາດເຫຼົ່ານັ້ນ ເພື່ອກຳນົດຍຸດທະສາດການຕະຫຼາດທ່ອງທ່ຽວຂອງລາວ, ເຜີຍແຜ່ຜົນຂອງການວິໄຈການຕະຫຼາດທ່ອງ ທ່ຽວໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງໃນຂະແໜງການທ່ອງທ່ຽວໄດ້ຮັບຮູ້ເຖິງສະພາບການ ແລະ ບັນຫາເຄັ່ງຮ້ອນຂອງການຕະຫຼາດການທ່ອງທ່ຽວ ສປປ ລາວ ແລະ ຢູ່ໃນໂລກ ເພື່ອເປັນແນວທາງຮອງຮັບ ແລະ ປັບປຸງແກ້ໄຂໃຫ້ ທັນກັບສະພາບ ແລະ ສົມຄູ່ກັບຈັງຫວະການຂະຫຍາຍຕົວຂອງການທ່ອງທ່ຽວລາວ;
- ແຈ້ງຂ່າວ, ແກ້ຂ່າວກ່ຽວກັບສະພາບການທີ່ມີຜົນກະທົບດ້ານບວກ ຫຼື ດ້ານລົບຕໍ່ການທ່ອງທ່ຽວລາວ ຕໍ່ ສື່ມວນຊົນທັງພາຍໃນ ແລະຕ່າງປະເທດ, ບັນດາອົງການຈັດຕັ້ງ, ບັນດາປະເທດທີ່ເປັນຄູ່ຮ່ວມມືທາງ ດ້ານການໂຄສະນາການທ່ອງທ່ຽວ ແລະ ພາກສ່ວນທີ່ກ່ຽວຂ້ອງຕາມທິດຊີ້ນໍາຂອງຂັ້ນເທີງ;
- ເປີດບັ້ນໂຄສະນາການທ່ອງທ່ຽວລາວ ໂດຍມີຈຸດສຸມເປັນຕົ້ນ: ຈັດປີທ່ອງທ່ຽວລາວ, ໂຄສະນາການ ທ່ອງທ່ຽວໃນລະດູທີ່ມີນັກທ່ອງທ່ຽວຕໍ່າ, ໂຄສະນາການທ່ອງທ່ຽວໃນໂອກາດວັນສໍາຄັນຂອງຊາດ ແລະ ຂອງສາກົນຕາມການຕົກລົງຂອງຂັ້ນເທິງ;
- ຈັດຕັ້ງ ແລະ ເຂົ້າຮ່ວມງານວາງສະແດງການທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດທີ່ເປັນເປົ້າໝາຍຕະຫຼາດການທ່ອງທ່ຽວລາວຕາມການແບ່ງຂັ້ນຄຸ້ມຄອງ ແລະ ຕາມການຕົກລົງຂອງຂັ້ນເທິງ;
- ຊຸກຍູ້, ສົ່ງເສີມ, ປະສານງານ ແລະ ຮ່ວມມືກັບບັນດາຂະແໜງການຂອງພາກລັດ ແລະພາກທຸລະກິດໃນການຈັດຕັ້ງໂຄສະນາການທ່ອງທ່ຽວດ້ວຍຮູບແບບຕ່າງໆເຊັ່ນ: ຈັດງານເທດສະການ, ສົ່ງເສີມບຸນປະເພນີ ບັນດາເຜົ່າ, ງານວາງສະແດງດ້ານການຄ້າ-ການທ່ອງທ່ຽວ, ການແຂ່ງຂັນກິລາເພື່ອການທ່ອງທ່ຽວ, ການຢ້ຽມຢາມສະຖານທີ່ທ່ອງທ່ຽວ (FamTrip), ການໂຄສະນາຂາຍຜະລິດຕະພັນການທ່ອງທ່ຽວຢູ່ຕ່າງປະ ເທດ (RoadShow), ຂະບວນລົດທ່ອງທ່ຽວ (Caravan) ແລະ ອື່ນໆ ຕາມການຕົກລົງຂອງຂັ້ນເທິງ;
- ຊຸກຍູ້, ສົ່ງເສີມ, ປະສານງານ ແລະ ຮ່ວມມືກັບບັນດາຂະແໜງການຂອງພາກລັດ ແລະ ພາກທຸລະກິດ ເພື່ອໂຄສະນາເຜີຍແຜ່ການທ່ອງທ່ຽວ, ກິດຈະກຳ ແລະ ຜົນງານການເຄື່ອນໄຫວຂອງຂະແໜງການທ່ອງທ່ຽວລາວ ໂດຍຜ່ານບັນດາສື່ອີເລັກໂຕນິກ, ວິທະຍຸ, ໂທລະພາບ, ໜັງສືພິມ, ວາລະສານ ຕາມພາລະບົດບາດ;
- ພົວພັນປະສານງານກັບບັນດາສະຖານທູດ, ສະຖານກົງສູນຂອງລາວຢູ່ຕ່າງປະເທດ, ບັນດາຜູ້ຕາງ ໜ້າການທ່ອງທ່ຽວລາວປະຈຳຢູ່ຕ່າງປະເທດ, ເຄືອຂ່າຍບໍລິສັດທ່ອງທ່ຽວ, ບໍລິສັດການບິນ ແລະບັນດາສື່ມວນຊົນດ້ານການທ່ອງທ່ຽວຕ່າງປະເທດ ເພື່ອໂຄສະນາການທ່ອງທ່ຽວລາວ;
- ຊຸກຍູ້, ຕິດຕາມ, ກວດກາ, ຍູ້ໜູນຫົວໜ່ວຍທຸລະກິດຈຸລະພາກ ແລະ ສະຫຼຸບຕີລາຄາຖອດຖອນບົດ ຮຽນການຈັດຕັ້ງປະຕິບັດກົດໝາຍ, ນະໂຍບາຍ ແລະ ວຽກງານໂຄສະນາການທ່ອງທ່ຽວລາວໃຫ້ດໍາເນີນໄປຢ່າງຖືກຕ້ອງ, ສອດຄ່ອງ ແລະ ໄດ້ຮັບຜົນດີ;
- ສ້າງແຜນງົບປະມານ ເພື່ອຮັບໃຊ້ການເຄື່ອນໄຫວວຽກງານ ພ້ອມທັງຕິດຕາມ ກວດກາເກັບກຳສະຫຼຸບ ໃຫ້ຖືກຕ້ອງຕາມລະບຽບຫຼັກການ;
- ສ້າງແຜນການ ແລະ ສະຫຼຸບສັງລວມລາຍງານສະພາບການເຄື່ອນໄຫວຮອບດ້ານຂອງກົມໃຫ້ຂັ້ນເທິງ ແລະ ນໍາເອົາທິດຊີ້ນໍາຂອງຂັ້ນເທິງລົງມາເຜີຍແຜ່ຈັດຕັ້ງປະຕິບັດຢູ່ພາຍໃນກົມ;
- ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຂັ້ນເທິງ.
ໂຄງຮ່າງການຈັດຕັ້ງຂອງກົມໂຄສະນາການທ່ອງທ່ຽວ ປະກອບດ້ວຍ 4 ພະແນກ
ພະແນກບໍລິການຂໍ້ມູນຂ່າວສານການທ່ອງທ່ຽວ
ພະແນກປະຊາສໍາພັນການທ່ອງທ່ຽວ
ພະແນກກິດຈະກໍາການຕະຫຼາດທ່ອງທ່ຽວ
ພະແນກວິໄຈການຕະຫຼາດການທ່ອງທ່ຽວ
ແຜນທີ່ໄປຍັງກົມໂຄສະນາການທ່ອງທ່ຽວ
ຮູບພາບແຫຼ່ງທ່ອງທ່ຽວທີ່ໂດດເດັ່ນ
Scroll to top
Translate »