- ເປັນເສນາທິການໃຫ້ແກ່ກົມໃນການຄົ້ນຄວ້າ, ຮ່າງຂໍ້ຕົກລົງ, ແຈ້ງການ, ຄໍາສັ່ງ, ຄໍາແນະນໍາ ທີ່ກ່ຽວ ຂ້ອງກັບວຽກງານວິໄຈການຕະຫຼາດການທ່ອງທ່ຽວ;
- ຕິດຕາມ, ວິເຄາະສະພາບການປ່ຽນແປງຂອງທ່າອ່ຽງການທ່ອງທ່ຽວທົ່ວໂລກ, ການທ່ອງທ່ຽວຢູ່ບັນດາປະເທດໃກ້ຄຽງ, ການທ່ອງທ່ຽວຂອງພາກພື້ນ, ພ້ອມທັງລາຍງານສະພາບການດັ່ງກ່າວຕໍ່ຂັ້ນເທິງຢ່າງເປັນປົກກະຕິ;
- ສຶກສາ-ວິໄຈບັນດາຕະຫຼາດເປົ້າໝາຍຂອງການທ່ອງທ່ຽວລາວໃນປະຈຸບັນ ແລະ ບັນດາຕະຫຼາດທີ່ມີ ທ່າແຮງບົ່ມຊ້ອນຕໍ່ການຂະຫຍາຍຕົວຂອງການທ່ອງທ່ຽວລາວໃນຕໍ່ໜ້າເຊັ່ນ: ຕະຫຼາດຂົງເຂດອາຊຽນ, ຕະຫຼາດອາຊີ-ປາຊີຟິກ, ຕະຫຼາດເອີຣົບ, ຕະຫຼາດອາເມລິການເໜືອ ໂດຍລົງເລີກເປັນແຕ່ລະປະເທດ ແລະ ແຕ່ລະກຸ່ມເປົ້າໝາຍນັກທ່ອງທ່ຽວ;
- ຄົ້ນຄວ້າ ແລະ ພົວພັນປະສານງານກັບບັນດາສະຖານທູດ ແລະ ສະຖານກົງສູນ ແຫ່ງ ສປປ ລາວ ປະ ຈຳຢູ່ຕ່າງປະເທດ ເພື່ອຂະຫຍາຍຜູ້ຕາງໜ້າ, ຕົວແທນການທ່ອງທ່ຽວລາວຢູ່ບັນດາປະເທດເປົ້າໝາຍ ແລະ ເກັບກຳລວບລວມຂໍ້ມູນທີ່ກ່ຽວຂ້ອງ ເພື່ອນຳມາສຶກສາ-ວິໄຈການຕະຫຼາດທ່ອງທ່ຽວ;
- ສ້າງ ແລະ ຂະຫຍາຍສາຍພົວພັນທີ່ດີກັບບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ ແລະ ອົງການຈັດ ຕັ້ງສາກົນທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອດໍາເນີນການສຶກສາວິໄຈຕະຫຼາດການທ່ອງທ່ຽວ;
- ສຶກສາ-ວິໄຈຄວາມເພິ່ງພໍໃຈຂອງນັກທ່ອງທ່ຽວສາກົນທີ່ເຂົ້າມາທ່ອງທ່ຽວ ສປປ ລາວ ຢູ່ບັນດາແຂວງ ເປົ້າໝາຍໃນຂອບເຂດທົ່ວປະເທດ;
- ສໍາຫຼວດຄໍາຄິດເຫັນຂອງນັກທ່ອງທ່ຽວພາຍໃນ ເພື່ອສົ່ງເສີມການທ່ອງທ່ຽວ “ລາວທ່ຽວລາວ”;
- ພົວພັນ, ປະສານງານ, ຮ່ວມມື ແລະ ສົມທົບກັບພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຂວງ, ນະຄອນຫຼວງ ກ່ຽວກັບວຽກງານວິໄຈການຕະຫຼາດທ່ອງທ່ຽວ;
- ຊຸກຍູ້, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານວິໄຈການຕະຫຼາດທ່ອງທ່ຽວຂອງພະ ແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ນະຄອນຫຼວງ ເພື່ອປັບປຸງຍົກລະດັບຂີດ ຄວາມສາມາດຂອງພະນັກງານຕໍ່ກັບວຽກງານວິໄຈການຕະຫຼາດທ່ອງທ່ຽວ;
- ຈັດຕັ້ງເຜີຍແຜ່ຜົນຂອງການສຶກສາ-ວິໄຈການຕະຫຼາດທ່ອງທ່ຽວ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງໃນຂະ ແໜງການທ່ອງທ່ຽວໃຫ້ຮັບຮູ້ເຖິງສະພາບການ ແລະ ບັນຫາເຄັ່ງຮ້ອນຂອງຕະຫຼາດທ່ອງທ່ຽວ ຢູ່ ສປປ ລາວ ແລະ ໃນໂລກ ເພື່ອເປັນແນວທາງຮອງຮັບ ແລະ ປັບປຸງແກ້ໄຂໃຫ້ທັນກັບສະພາບການ ແລະສົມຄູ່ກັບຈັງຫວະການຂະຫຍາຍຕົວຂອງການທ່ອງທ່ຽວລາວ;
- ສ້າງແຜນງົບປະມານ, ແຜນການ, ແຜນງານ ແລະ ບົດສະຫຼຸບຂອງພະແນກປະຈໍາເດືອນ, ສາມເດືອນ, ຫົກເດືອນ ແລະ ປະຈຳປີ ພ້ອມທັງຈັດຕັ້ງປະຕິບັດ;
- ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຄະນະກົມ.