- ເປັນເສນາທິການໃຫ້ແກ່ກົມໃນການຄົ້ນຄວ້າ, ຮ່າງຂໍ້ຕົກລົງ, ແຈ້ງການ, ຄໍາສັ່ງ, ຄໍາແນະນໍາທີ່ກ່ຽວຂ້ອງ ກັບວຽກງານສົ່ງເສີມການຕະຫຼາດທ່ອງທ່ຽວ;
- ຈັດຕັ້ງ ແລະ ເຂົ້າຮ່ວມງານວາງສະແດງການທ່ອງທ່ຽວ ຢູ່ພາຍໃນ ແລະ ຕ່າງປະເທດ ໂດຍການປະສານງານ ແລະ ຮ່ວມມືກັບພາກທຸລະກິດອຸດສາຫະກຳການທ່ອງທ່ຽວ;
- ພົວພັນ, ປະສານງານ ແລະ ຮ່ວມມືກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໃນການຈັດບຸນປະເພນີ ເພື່ອສົ່ງເສີມການທ່ອງທ່ຽວເຊັ່ນ: ບຸນປີໃໝ່ລາວ, ບຸນຊ່ວງເຮືອ, ບຸນບັ້ງໄຟ, ບຸນພະທາດມິ່ງເມືອງຕ່າງໆ, ບຸນກິນຈຽງເຜົ່າມົ້ງ, ບຸນປະເພນີຂອງເຜົ່າຕ່າງໆທີ່ມີເອກະລັກໂດດເດັ່ນ, ງານເທດສະການອາຫານ, ງານເທດສະການໝາກໄມ້, ງານວາງສະແດງເຄື່ອງຫັດຖະກຳ, ງານວາງສະແດງຜະລິດຕະພັນກະສິກຳ (ຊາ, ກາເຟ ແລະ ອື່ນໆ), ງານແຂ່ງຂັນກິລາເພື່ອການທ່ອງທ່ຽວ;
- ເປັນເຈົ້າການປະສານງານ ແລະ ຮ່ວມມືກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດ ເປີດບັ້ນໂຄສະນາການທ່ອງທ່ຽວລາວເປັນຕົ້ນ: ການໂຄສະນາປີທ່ອງທ່ຽວລາວ, ການໂຄສະນາການທ່ອງທ່ຽວໃນລະດູການທ່ອງທ່ຽວຕໍ່າ, ການໂຄສະນາການທ່ອງທ່ຽວ ໃນໂອກາດວັນ, ເຫດການສໍາຄັນຂອງຊາດ ແລະ ຂອງສາກົນ;
- ຈັດຕັ້ງການຢ້ຽມຢາມແຫຼ່ງທ່ອງທ່ຽວ (FamTrip) ໃຫ້ແກ່ບໍລິສັດທ່ອງທ່ຽວ ແລະ ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ໂດຍປະສົມທົບກັບພາກສ່ວນກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດ ເພື່ອສົ່ງເສີມການຂາຍຜະລິດຕະພັນ ແລະ ລາຍການທ່ອງທ່ຽວ;
- ເປັນເຈົ້າການປະສານງານ ແລະ ຮ່ວມມືກັບພາກທຸລະກິດອຸດສາຫະກຳການທ່ອງທ່ຽວ ແລະພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງການເຄື່ອນໄຫວຂາຍຜະລິດຕະພັນການທ່ອງທ່ຽວ (Road Show) ຢູ່ບັນດາປະເທດທີ່ເປັນຕະຫຼາດນັກທ່ອງທ່ຽວເປົ້າໝາຍ;
- ຈັດຂະບວນລົດທ່ອງທ່ຽວ (caravan) ເພື່ອໂຄສະນາເສັ້ນທາງ ແລະ ລາຍການທ່ອງທ່ຽວໃໝ່;
- ພົວພັນ, ປະສານງານ, ຮ່ວມມື ແລະ ໃຫ້ຄໍາແນະນໍາ, ຄໍາປຶກສາແກ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ນະຄອນຫຼວງ ກ່ຽວກັບວຽກງານສົ່ງເສີມການຕະຫຼາດທ່ອງທ່ຽວ;
- ສ້າງແຜນງົບປະມານ, ແຜນການ, ແຜນງານ ແລະ ບົດສະຫຼຸບຂອງພະແນກປະຈໍາເດືອນ, ສາມເດືອນ, ຫົກເດືອນ ແລະ ປະຈຳປີ ພ້ອມທັງຈັດຕັ້ງປະຕິບັດ;
- ປະຕິບັດໜ້າທີ່ອື່ນຕາມການໝອບໝາຍຂອງຄະນະກົມ.