- ເປັນເສນາທິການໃຫ້ແກ່ກົມໃນການຄົ້ນຄວ້າຮ່າງຂໍ້ຕົກລົງ, ແຈ້ງການ, ຄໍາສັ່ງ, ຄໍາແນະນໍາທີ່ກ່ຽວຂ້ອງ ກ່ຽວກັບວຽກງານບໍລິການສະໜອງຂໍ້ມູນຂ່າວສານການທ່ອງທ່ຽວ ແລະ ວຽກງານຄຸ້ມຄອງບໍລິຫານ; ເປັນຈຸດໃຈກາງໃນການພົວພັນປະສານງານວຽກປະຈໍາວັນລະຫວ່າງບັນດາພະແນກວິຊາການພາຍໃນກົມ, ກະຊວງ, ອົງການຈັດຕັ້ງອ້ອມຂ້າງສູນກາງ ແລະ ບັນດາແຂວງໃນທົ່ວປະເທດ ຕາມການມອບໝາຍຂອງກົມ;
- ເປັນບ່ອນສະໜອງຂໍ້ມູນຂ່າວສານການທ່ອງທ່ຽວ, ເປັນບ່ອນປະສານງານຊ່ວຍເຫຼືອນັກທ່ອງທ່ຽວໄປຫາພາກສ່ວນຕ່າງໆທີ່ກ່ຽວຂ້ອງເຊັ່ນ: ຕຳຫຼວດທ່ອງທ່ຽວ, ຕຳຫຼວດກວດຄົນເຂົ້າເມືອງ ແລະ ບັນດາສະຖານທູດຕ່າງໆປະຈໍາລາວ;
- ປັບປຸງສູນຂໍ້ມູນຂ່າວສານການທ່ອງທ່ຽວຢູ່ຂັ້ນສູນກາງໃຫ້ມີຄວາມທັນສະໄໝ, ເພື່ອເປັນການດຶງດູດ ແລະ ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ;
- ສົມທົບ, ແນະນໍາ ແລະ ໃຫ້ຄຳປຶກສາແກ່ບັນດາພະນັກງານວິຊາການຂອງພະແນກ ຖວທ ແຂວງນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການສ້າງ ແລະ ປັບປຸງສູນ, ຫ້ອງຂໍ້ມູນຂ່າວສານການທ່ອງທ່ຽວໃນຂອບເຂດທົ່ວປະເທດ;
- ປະສານສົມທົບນໍາພະແນກ ຖວທ ແຂວງ, ນະຄອນຫຼວງ ໃນການລົງເກັບກຳ, ລວບລວມຂໍ້ມູນຂ່າວ ສານການທ່ອງທ່ຽວໃນຂອບເຂດທົ່ວປະເທດ ໃນນັ້ນລວມທັງປະຫວັດຄວາມເປັນມາ ແລະ ຮູບພາບ ແຫຼ່ງທ່ອງທ່ຽວ ເພື່ອນໍາໃຊ້ເຂົ້າໃນການປັບປຸງ ແລະ ຜະລິດສິ່ງພິມໂຄສະນາການທ່ອງທ່ຽວ;
- ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປັບປຸງ ແລະ ຂະຫຍາຍຕາໜ່າງການບໍລິການຂໍ້ມູນຂ່າວສານການທ່ອງທ່ຽວຢູ່ບັນດາຫົວໜ່ວຍທຸລະກິດຜູ້ປະກອບການທ່ອງທ່ຽວຕາມຕົວເມືອງໃຫຍ່ໃນຂອບເຂດທົ່ວປະເທດ;
- ຈັດຝຶກອົບຮົມກ່ຽວກັບວຽກງານສະໜອງຂໍ້ມູນຂ່າວສານການທ່ອງທ່ຽວ ໃຫ້ພະນັກງານສະໜອງຂໍ້ມູນຂ່າວສານການທ່ອງທ່ຽວຂອງກົມໂຄສະນາການທ່ອງທ່ຽວ, ບັນດາພະແນກ ຖວທ ແຂວງ ແລະນະຄອນຫຼວງວຽງຈັນ;
- ເກັບກຳ, ຮິບໂຮມ, ປົກປັກຮັກສາເອກະສານທາງວິຊາການທ່ອງທ່ຽວ, ວາລະສານທ່ອງທ່ຽວ, ໜັງສື ພິມ, ເອກະສານວິທະຍາສາດສັງຄົມ, ວິທະຍາສາດທຳມະຊາດ, ວິທະຍາສາດປະຫວັດສາດ, ວິທະ ຍາສາດທາງດ້ານວັດທະນະທຳທີ່ກ່ຽວຂ້ອງກັບການທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ເພື່ອເກັບມ້ຽນໄວ້ໃນສູນຂໍ້ມູນຂ່າວສານການທ່ອງທ່ຽວ ເພື່ອເປັນບ່ອນໃຫ້ຂໍ້ມູນແກ່ມວນຊົນທັງພາຍໃນ ແລະຕ່າງປະເທດ;
- ເກັບກຳຮູບພາບ, ເນື້ອໃນຂໍ້ມູນວັນປະຫວັດສາດສໍາຄັນຂອງພັກ, ຂອງຊາດ, ຂໍ້ມູນຂ່າວສານການທ່ອງ ທ່ຽວຂອງບັນດາປະເທດອາຊຽນ ແລະ ສາກົນ ເພື່ອເປັນຂໍ້ມູນສະໜອງໃຫ້ແກ່ນັກທ່ອງທ່ຽວທັງພາຍ ໃນ ແລະຕ່າງປະເທດ;
- ປັບປຸງ ແລະ ຂະຫຍາຍຕາໜ່າງການບໍລິການຂໍ້ມູນຂ່າວສານການທ່ອງທ່ຽວຢູ່ຂັ້ນສູນກາງໃຫ້ມີເນື້ອໃນທີ່ຖືກຕ້ອງຊັດເຈນ ແລະ ດຶງດູດຄວາມສົນໃຈ, ສົມທົບກັບທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ໃນການສ້າງ ແລະ ປັບປຸງຫ້ອງຂໍ້ມູນຂ່າວສານການທ່ອງທ່ຽວຂອງແຂວງ, ນະຄອນຫຼວງວຽງຈັນ, ຢູ່ດ່ານສາ ກົນເຂົ້າ- ອອກປະເທດ ແລະ ຕາມສະຖານທີ່ທ່ອງທ່ຽວຕ່າງໆ;
- ປັບປຸງ ແລະ ອອກແບບສະໜອງຂໍ້ມູນຂ່າວສານການທ່ອງທ່ຽວທາງດ້ານເນື້ອໃນ ແລະ ຮູບພາບ ເພື່ອຕິດຕັ້ງພາຍໃນສູນຂໍ້ມູນຂ່າວສານການທ່ອງທ່ຽວໃຫ້ມີເນື້ອໃນຫຼາກຫຼາຍ, ຊັດເຈນ ແລະ ເປັນຂໍ້ມູນການ ທ່ອງທ່ຽວທີ່ມີເອກະລັກທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດຂອງປະເທດລາວ;
- ປັບປຸງຂໍ້ມູນຂ່າວສານການທ່ອງທ່ຽວໃນຕູ້ສໍາພັດໜ້າຈໍ (kios) ໃຫ້ມີຄວາມຫຼາກຫຼາຍ ແລະ ໂດດເດັ່ນ ເພື່ອສະໜອງໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ;
- ຄຸ້ມຄອງສິ່ງພິມໂຄສະນາການທ່ອງທ່ຽວ ແລະ ແຈກຢາຍຢ່າງຖືກຕາມເປົ້າໝາຍ, ພ້ອມທັງຂຶ້ນແຜນຮ່ວມກັບກຸ່ມວຽກອອກແບບ ແລະ ຜະລິດຕາມຄວາມຕ້ອງການຕົວຈິງ;
- ຄຸ້ມຄອງສະຖິຕິ, ຊີວະປະຫວັດຂອງພະນັກງານ-ລັດຖະກອນພາຍໃນກົມ, ຂື້ນແຜນຄວາມຕ້ອງການ ຂອງລັດຖະກອນໃນແຕ່ລະໄລຍະ, ແຜນການຍົກລະດັບທິດສະດີການເມືອງ ແລະ ລະດັບວິຊາສະເພາະ ໃຫ້ແກ່ພະນັກງານ-ລັດຖະກອນພາຍໃນກົມ, ປະຕິບັດນະໂຍບາຍໃນດ້ານຕ່າງໆຕໍ່ພະນັກງານ, ລັດຖະ ກອນຢ່າງທົ່ວເຖີງ ແລະ ສະໝໍ່າສະເໝີ;
- ຄົ້ນຄວ້າຮ່າງຂໍ້ກໍານົດ ແລະ ປັບປຸງກ່ຽວກັບວຽກງານນະໂຍບາຍພາຍໃນກົມໃຫ້ສອດຄ່ອງ ແລະ ມີປະ ສິດທິຜົນ;
- ສັງລວມແຜນງົບປະມານບໍລິຫານ, ງົບປະມານການລົງທຶນຂອງລັດ, ໂຄງການຈັດຊື້ ແລະ ກໍ່ສ້າງສ້ອມ ແປງຕ່າງໆ ປະຈຳປີ, ຫ້າປີ ຕາມແຜນການຂອງກົມທີ່ວາງອອກ;
- ຄຸ້ມຄອງການຈັດຕັ້ງປະຕິບັດແຜນງົບປະມານຂອງກົມ, ການປະມູນ ແລະ ການສົມທຽບລາຄາໂຄງ ການລົງທຶນຂອງລັດໃນການຈັດຊື້, ຈັດພິມ, ຈັດວາງສະແດງ, ໂຄສະນາ ແລະ ກໍ່ສ້າງສ້ອມແປງຂອງກົມ;
- ຈັດຫາ ແລະ ຄຸ້ມຄອງວັດຖຸອຸປະກອນຮັບໃຊ້ພາຍໃນກົມໃຫ້ສາມາດໃຊ້ງານໄດ້ເປັນປົກກະຕິ;
- ຄຸ້ມຄອງ, ແຈກຢາຍ, ຈັດສົ່ງສິ່ງພິມ ແລະ ອຸປະກອນໂຄສະນາໄປຍັງສະຖານທູດ, ສະຖານກົງສູນລາວ ແລະ ຫ້ອງການຜູ້ຕາງໜ້າການທ່ອງທ່ຽວລາວປະຈຳຢູ່ຕ່າງປະເທດ ເພື່ອຊ່ວຍໂຄສະນາການທ່ອງ ທ່ຽວລາວ;
- ສັງລວມແຜນການ, ໂຄງການປະຈຳເດືອນ, ສາມເດືອນ, ຫົກເດືອນ, ໜຶ່ງປີ ແລະ ແຜນການໄລຍະຍາວຂອງກົມ;
- ຮັບ, ຈໍລະຈອນ, ເກັບມ້ຽນ, ຕິດຕາມເອກະສານຂາເຂົ້າ-ຂາອອກຂອງກົມ ແລະພິມເອກະສານຂອງກົມ;
- ສະຫຼຸບສັງລວມ, ສະພາບການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານຂອງບັນດາພະແນກອ້ອມຂ້າງກົມ ແລະ ສາຍຕັ້ງຢູ່ທ້ອງຖິ່ນ, ເຮັດບົດລາຍງານຂອງກົມປະຈຳເດືອນ, ສາມເດືອນ, ຫົກເດືອນ, ປະຈຳປີ ເພື່ອສົ່ງໃຫ້ກະຊວງທັນຕາມທີ່ກຳນົດໄວ້;
- ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຄະນະກົມ.